ຜູ້​ຊອກ​ວຽກເຮັດ

WorkSource ຂອງ​ລັດ​ໂອ​ຣກອນແມ່ນ​ສູນ​ບໍ​ລິ​ການ​ດ້ານ​ອາຊີບແບບ​ຄົບວົງ​ຈອນ ແລະ ເປັນ​ຫຸ້ນ​ສ່ວນ​ທີ່​ພາກ​ພູມ​ໃຈ​ຂອງ​ເຄືອ​ຂ່າຍ​ສູນ​ວຽກ​ອາ​ເມຣິ​ກາ. ການ​ບໍ​ລິ​ການທຸກ​ຢ່າງ​ແມ່ນ​ມີ​ໃຫ້​ຟ​ຣີ.
ກະຊວງແຮງງານສະຫະລັດໄດ້ດຳເນີນການໃຫ້ບູລິມະສິດຂອງການບໍລິການສຳລັບນັກຮົບເກົ່າ ແລະ ຄູ່ສົມລັດຜູ້ທີ່ມີສິດໃນການຈ້າງງານ, ການເຝິກອົບຮົມ ແລະ ການຈັດຫາງານທັງໝົດໃນໂຄງການກະກຽມແຮງງານໂດຍໄດ້ຮັບທຶນຈາກກະຊວງແຮງງານສະຫະລັດ. ຖ້າທ່ານຮັບລາຊະການໃນກອງທັບສະຫະລັດ ຫຼື ມີຄູ່ສົມລົດທີ່ມີສິດໄດ້ຮັບ, ກະລຸນາແຈ້ງໃຫ້ພວກເຮົາຊາບດ້ວຍ.

ບໍ່​ວ່າ​ທ່ານ​ຈະ​ຖືກປົດອອກ, ຕ້ອງ​ການ​ປ່ຽນ​ແປງ​ດ້ານ​ອາຊີບ ຫຼື ກຳ​ລັງ​ຊອກ​ຫາ​ວຽກ​ທຳ​ອິດ​ຂອງ​ທ່ານ, WorkSource ມີ​ແຫຼ່ງ​ຂໍ້​ມູນ​ທີ່​ສາ​ມາດ​ຊ່ວວຍ​ທ່ານ​ໃນ​ການ​ດຳ​ເນີນ​ການຂັ້ນ​ຕໍ່​ໄປໄດ້. ຕັ້ງ​ແຕ່​ລະ​ດັບເລີ່ມ​ຕົ້ນ​ຈົນ​ຮອດຜູ້​ນຳ​ລະ​ດັບ​ບໍ​ລິຫານ, ພວກເຮົາຢູ່ທີ່ນີ້ເພື່ອໃຫ້ການຊ່ວຍເຫຼືອທ່ານ​ໃຫ້​ໄດ້ວຽກ​ທີ່​ທ່ານ​ຕ້ອ​ງ​ການ.

ການວິ​ໄຈລະ​ບຸ​ວ່າ​ຜູ້​ທີ່​ໃຊ້​ບໍ​ລິ​ການ​ຈ້າງງ​ານ​ຂອງ WorkSource ກັບ​ໄປ​ເຮັດ​ວຽກ​ໄດ້​ໄວກວ່າ ແລະ ມີ​ລາຍ​ຮັບຫຼາຍກວ່າ​ຜູ້​ທີ່ບໍ່​ໃຊ້.

ຢູ່ທີ່ WorkSource, ທ່ານ​ສາ​ມາດ:

  • ລົງ​ທະ​ບຽນຢູ່​ໃນ iMatchSkills, ຖານ​ຂໍ້​ມູນ​ດ້ານ​ອາ​ຊີບ​ທີ່ໃຫຍ່​ທີ່​ສຸດຂອງລັດ​ໂອ​ເຣກອນ
  • ສະ​ໝັກ​ວຽກ, ລົງ​ທະ​ບຽນ​ສຳ​ລັບ​ການ​ຝຶກ​ອົບ​ຮົມ, ການ​ພັດ​ທະ​ນາ​ແຜນ​ການ​ດ້ານ​ອາ​ຊີບ ແລະ ເອ​ກະ​ສານໃນ WorkSource ແລະ ສົ່ງ​ຂໍ້​ຄວາມ​ຫາ​ພະ​ນັກ​ງານ WorkSource ຢູ່ໃນ My WorkSource
  • ເອົາຄູ​ຝຶກ​ດ້ານ​ອາ​ຊີບ​ແບບ​ຕົວ​ຕໍ່​ຕົວ
  • ຈັບ​ຄູ່​ຄວາມ​ສົນ​ໃຈ ແລະ ຄວາມ​ສາ​ມາດ​ຂອງ​ທ່ານ​ກັບ​ອາ​ຊີບ​ທີ່​ທ່ານ​ສາ​ມາດ​ເຮັດ​ໄດ້​ດີ ແລະ ມີ​ຄວາມ​ສຸກ​ກັບ​ມັນ
  • ຮຽນ​ຮູ້​ກ່ຽວ​ກັບການ​ຝຶກອົບ​ຮົມ​ບໍ່​ເສຍ​ຄ່າເພື່ອ​ຊ່ວຍໃຫ້​ທ່ານ​ກ້າວ​ໜ້າ​ໃນ​ອາ​ຊີບ​ການ​ງານ ຫຼື ຮຽນ​ຮູ້​ອຸດ​ສາ​ຫະ​ກຳ​ໃໝ່
  • ຄົ້ນ​ຫາ​ການຝຶກ​ງານ​ທີ່​ໄດ້​ຮັບ​ຄ່າ​ຈ້າງ, ການ​ຝຶກ​ງານ, ການ​ຝຶກ​ອົບ​ຮົມພາກ​ປະຕິ​ບັດ, ໂຄງ​ການ GED ແລະ ຫ້ອງ​ຮຽນ​ວິ​ທະ​ຍາ​ໄລ
  • ເຂົ້າ​ຮ່ວມ​ໃນ​ການຝຶກ​ກ່ຽວ​ກັບ​ປະ​ຫວັດ​ຫຍໍ້, ການ​ສຳ​ພາດ, ການ​ສ້າງ​ເຄືອ​ຂ່າຍ, ທັກ​ສະ​ທາງ​ອ້ອມ, ການ​ສະ​ໝັກ​ວຽກ​ຂອງ​ລັດ ແລະ ອື່ນໆ
  • ໃຊ້​ຄອມ​ພິວ​ເຕີ, ອິນ​ເຕີ​ເນັດ, ໂທ​ລະສັບ, ແຟັກ, ເຄື່ອງ​ອັດສຳ​ເນົາ ແລະ ເຄື່ອງພິມໃນ​ຫ້ອງ​ຊັບ​ພະ​ຍາ​ກອນ​ຂອງ​ພວກ​ເຮົາ
  • ຂໍຄວາມຊ່ວຍເຫຼືອເລື່ອງການເດີນທາງ, ການລ້ຽງເດັກ, ອາຫານ, ອິນເຕີເນັດເຂົ້າເຖິງອິນເຕີເນັດ, ການສຶກສາພິເສດ, ຄ່າຮຽນ, ຄ່າຮຽນ, ການລະບຸຕົວຕົນ, ເຄື່ອງນຸ່ງເຮັດວຽກ ແລະອຸປະກອນ, ແລະອື່ນໆ.

ປະ​ໂຫຍດ​ຂອງ iMatchSkills ແລະ My WorkSource ມີ​ຫຍັງ​ແດ່?

iMatchSkills

iMatchSkills ແມ່ນ​ລະ​ບົບ​ຈັບ​ຄູ່​ວຽກ​ທາງ​ອອນ​ລາຍ​ຂອງ​ລັດ​ໂອ​ເຣກອນ. ທ່ານ​ສາ​ມາດ​ຊອກວຽກເຮັດ ແລະ ນາຍ​ຈ້າງ​ສາ​ມາດເຫັນ​ທ່ານ​ໄດ້. ຍິ່ງ​ທ່ານ​ໃສ່​ລາຍ​ລະ​ອຽດໃນ​ໜ້າ​ຂໍ້​ມູນ​ປະ​ຫວັດ​ຜູ້​ຊອກວຽກ​ເຮັດ (Job Seeker) ຂອງ​ທ່ານຫຼາຍ​ເທົ່າ​ໃດ, ທ່ານຍິ່ງ​ຈະ​ໂດດ​ເດັ່ນສຳ​ລັບ​ນາຍ​ຈ້າງຫຼາຍເທົ່າ​ນັ້ນ.

ຢູ່ໃນ iMatchSkills, ທ່ານ​ສາ​ມາດ:

  • ຊອກ​ຫາລາຍ​ການຕຳ​ແໜ່ງວ່າງຫຼາຍ​ຮ້ອຍ​ລາຍ​ການ
  • ຊອກວຽກ​ທີ່ກົງ​ກັບ​ທັກ​ສະ, ຄວາມ​ສົນ​ໃຈ ແລະ ຊົ່ວ​ໂມງ​ເຮັດ​ວຽກ​ທີ່​ທ່ານຕ້ອງ​ການ​
  • ສ້າງ ແລະ ບັນ​ທຶກ​ຊີ​ວະປະ​ຫວັດ​ຂອງ​ທ່ານ
  • ສະໝັກ​ວຽກ
  • ຕິດ​ຕໍ່​ກັບ​ນາຍ​ຈ້າງ​ໂດຍ​ພະ​ນັກ​ງານ​ຂອງ WorkSource
  • ຮັບ​ການ​ແຈ້ງ​ເຕືອນ​ກ່ຽວ​ກັບ​ການ​ປະ​ກາດ​ວຽກ​ໃໝ່ ແລະ ຕະຫຼາດຈັດ​ຫາ​ວຽກ

ຖ້າ​ຫາກ​ທ່ານ​ໄດ້​ຮັບ​ເງິນ​ປະ​ກັນ​ໄພ​ການ​ຫວ່າງ​ງານ, ທ່ານ​ຕ້ອງ​ຕື່ມປະ​ຫວັດ​ຜູ້​ຊອກວຽກ​ເຮັດ (Job Seeker) ຢູ່ໃນ iMatchSkills. 

My WorkSource

My WorkSource ແມ່ນ​ເວັບ​ໄຊທີ່​ໃຊ້​ສື່​ສານ​ກັນ​ສຳ​ລັບ​ຄົນ​ຊອກວຽກເຮັດ. ທ່ານເຂົ້າ​ສູ່​ລະ​ບົບເພື່ອ​ໃຫ້​ໄດ້​ຮັບຂໍ້​ມູນ ແລະ ເຄື່ອງ​ມືສຳ​ລັບ​ທ່ານ​ໂດຍ​ສະ​ເພາະ. ທ່ານ​ຈະ​ຕ້ອງ​ລົງ​ທະ​ບຽນ​ສຳ​ລັບ​ໂຄງ​ການ​ຝຶກ​ອົບ​ຮົມ ແລະ ການ​ຈ້າງ​ງານ​ທ້ອງ​ຖິ່ນ​ເພື່ອ​ເບິ່ງ​ທຸກໆ​ຄຸນ​ສົມ​ບັດ​ໃຊ້​ງານ, ແຕ່​ເຄື່ອງ​ມືຫຼາຍໆ​ຢ່າງແມ່ນ​ມີ​ໃຫ້​ໂດຍ​ປາ​ສະ​ຈາກ​ການ​ລົງ​ທະ​ບຽນ.

ຢູ່ໃນ My WorkSource, ທ່ານ​ສາ​ມາດ:

  • ສ້າງ​ແຜນ​ດ້ານ​ອາ​ຊີບ​ໂດຍ​ການ​ສ້າງ​ເປົ້າ​ໝາຍ​ອາ​ຊີບ ແລະ ວຽກ​ເຮັດ
  • ຊອກ ແລະ ສະໝັກ​ວຽກ
  • ລົງ​ທະ​ບຽນ​ສຳ​ລັບການ​ຝຶກ​ອົບ​ຮົມ ແລະ ງານ​ສຳ​ມະ​ນາ
  • ສົ່ງ ແລະ ໄດ້​ຮັບ​ຂໍ້​ຄວາມ​ທີ່​ປອດ​ໄພ​ຈາກ​ພະ​ນັກ​ງານ​ຂອງ WorkSource
  • ເຂົ້າ​ເຖິງ​ເຄື່ອງ​ມື​ທີ່​ຊ່ວຍ​ປັບ​ປຸງ ແລະ ບັນ​ທຶກ​ປະ​ຫວັດຫຍໍ້ ແລະ ຈົດ​ໝາຍ​ສະ​ໝັກ​ງານ
  • ບັນທຶກ​ການ​ຊອກວຽກ, ການ​ສະ​ໝັກ​ວຽກ ແລະ ການ​ປະ​ກາດ​ວຽກ​ໃນບັນ​ທຶກ​ການ​ສະ​ໝັກ​ວຽກ
  • ເຂົ້າ​ເຖິງ​ໂປ​ຣ​ແກ​ຣມ​ຝຶກ​ອົບ​ຮົມອອນ​ລາຍ

ຫວ່າງ​ງານບໍ?

ຖ້າ​ຫາກ​ທ່ານ​ໄດ້​ຮັບ​ເງິນ​ຊ່ວຍ​ເຫຼືອ​ປະ​ກັນ​ໄພ​ຫວ່າງ​ງານ, ຮຽນ​ຮູ້ກ່ຽວ​ກັບ ຂໍ້​ກຳນົດ​ການ​ຊອກວຽກເຮັດ ຂອງ​ທ່ານ.

ຮັບ​ການ​ຝຶກ​ອົບ​ຮົມ ຫຼື ໄປ​ໂຮງ​ຮຽນ​ໃນ​ຂະ​ນະ​ທີ່​ຍັງ​ໄດ້​ຮັບ​ເງິນ​ຊ່ວຍ​ເຫຼືອ​ການ​ຫວ່າງ​ງານ​ກັບ ປະ​ກັນ​ໄພ​ການ​ຫວ່າງ​ງານການ​ຝຶກ​ອົບ​ຮົມ (TUI). ທ່ານບໍ່​ຈຳ​ເປັນ​ຕ້ອງ​ຊອກ​ຫາ​ວຽກເຮັດ​ໃນ​ຂະ​ນະ​ທີ່​ເຂົ້າ​ຮ່ວມ​ໂປຣ​ແກ​ຣມນີ້.

ເລີ່ມ​ເຮັດ​ທຸ​ລະ​ກິດ​ຂອງຕົນ​ເອງ​ໃນ​ຂະ​ນະ​ທີ່​ຍັງ​ໄດ້​ຮັບ​ເງິນ​ຊ່ວຍ​ເຫຼືອ​ການ​ຫວ່າງ​ງານ​ກັບຄວາມ​ຊ່ວຍ​ເຫຼືອ​ການເຮັດ​ທຸ​ລະ​ກິດ​ສ່ວນ​ຕົວ (SEA). ທ່ານບໍ່​ຈຳ​ເປັນ​ຕ້ອງ​ຊອກ​ຫາ​ວຽກເຮັດ​ກັບ​ນາຍ​ຈ້າງໃນ​ຂະ​ນະ​ທີ່​ເຂົ້າ​ຮ່ວມ​ໂປຣ​ແກ​ຣມນີ້.

ມີຄວາມ​ພິ​ການ​ບໍ?

WorkSource ສາ​ມາດ​ຊ່ວຍ​ທ່ານ​ໃຫ້ໄດ້​ຮັບ ແລະ ຮັກ​ສາ​ວຽກ​ທີ່​ກົງ​ກັບ​ທັກ​ສະ, ຄວາມ​ສົນ​ໃຈ ແລະ ຄວາມ​ສາ​ມາດ​ຂອງ​ທ່ານ. ພວກ​ເຮົາ​ຍັງ​ຊ່ວຍ​ນາຍ​ຈ້າງ​ໃນ​ການ​ຈັດ​ຫາ​ທີ່​ພັກ. ກະລຸນາປະກອບຟອມນີ້ເພື່ອໃຫ້ພວກເຮົາຮູ້ວ່າຈະຊ່ວຍທ່ານໄດ້ແນວໃດແດ່.

ການ​ບໍ​ລິ​ການ​ປະ​ກອບ​ມີ:

  • ການພິມ​ອອກ​ເປັນ​ໃບໃຫຍ່
  • ລ່າມແປພາສາມື
  • ການ​ບໍ​ລິ​ການຖ່າຍ​ທອດ​ດ່ວນ​ອອນ​ລາຍ (Sprint Relay Online, SRO)
  • TTY/TDD
  • ການ​ຖ່າຍ​ທອດ​ທາງ​ສຽງ (VCO)
  • ຄຳ​ເວົ້າ​ເປັນ​ຄຳ​ເວົ້າ
  • ບໍ​ລິ​ການ TTY ເປັນພາ​ສາ​ສະ​ເປນ

ນັກ​ຮົບ​ເກົ່າບໍ?

ຖ້າ​ຫາກ​ທ່ານ​ເຄີຍ​ເຮັດ​ວຽກ​ກັບ​ກອງທັບສະ​ຫະ​ລັດ ຫຼື ເປັນ​ຄູ່​ສົມ​ລົດ​ຂອງ​ນັກ​ຮົບ​ເກົ່າ, ທ່ານ​ມີ​ສິດ​ສຳ​ລັບ​ການ​ແນະ​ນຳ​ວຽກ​ກ່ອນ ແລະ ການ​ຈ້າງ​ງານຕ່າງໆ ແລະ ບໍ​ລິ​ການ​ຝຶກ​ອົບ​ຮົມ.

ການ​ຝຶກ​ອົບຮົມ ແລະ ການ​ສຶກ​ສາ

ບາງ​ຄັ້ງ​ກ້າວ​ຕໍ່​ໄປ​ໃນອາ​ຊີບ​ຂອງ​ທ່ານ​ຈຳ​ເປັນ​ຕ້ອງ​ມີ​ການ​ຝຶກ​ອົບ​ຮົມ ຫຼື ການ​ສຶກ​ສາ​ເພີ່ມ​ເຕີມ. WorkSource ສາ​ມາດ​ຊ່ວຍ​ທ່ານ​ໃນ​ການ​ຊອກ​ຫາ ແລະ ການ​ຈ່າຍ​ເງິນສຳ​ລັບຕົວ​ເລືອກ​ຂອງ​ທ່ານ.

  • ປະ​ລິນ​ຍາ ແລະ ໃບ​ປະ​ກາດ. ຮຽນ​ຮູ້​ເອົາ​ໃບປະ​ກາດ​ທີ່​ຮອງ​ຮັບ​ໂດຍ​ອຸດ​ສາ​ຫາ​ກຳ. WorkSource ສາ​ມາດ​ຊ່ວຍ​ທ່ານໃນ​ການ​ຮອງ​ຮັບດ້ານ​ການ​ໃຫ້​ສັນ​ຍານ, ລົດຍົກ, ການ​ຊ່ວຍ​ເຫຼືອ​ເບື້ອງ​ຕົ້ນ/CPR, OSHA 10/30, ຜູ້​ສົ່ງ​ອາ​ຫານ, ຜູ້​ເສີບ​ເຄື່ອງ​ດື່ມ​ມຶນເມົາ ແລະ ອື່ນໆ.
  • ການຝຶກ​ງານ. ໄດ້​ຮັບ​ປະ​ສົບ​ການ​ເຮັດ​ວຽກ ແລະ ການ​ສຶກ​ສາພ້ອມ​ກັບຫາ​ລາຍ​ໄດ້ໃຫ້​ກັບ​ຄອບ​ຄົວ. ມີ​ໃຫ້​ໃນ​ພະ​ແນກຕ່າງໆ​ເຊັ່ນ: ການ​ເບິ່ງ​ແຍງ​ດູ​ແລ​ສຸ​ຂະ​ພາບ, ໄອ​ທີ, ການ​ຜະ​ລິດ, ການ​ກໍ່​ສ້າງ ແລະ ອື່ນໆ. ເບິ່ງວີ​ດີ​ໂອນີ້ເພື່ອ​ຮຽນ​ຮູ້​ເພີ່ມ​ເຕີມ. ຊອກ​ຫາ​ການ​ຝຶກ​ງານ.
  • ການຝຶກ​ງານ. ກຽມ​ຕົວ​ສຳ​ລັບ​ວຽກ​ໃນ​ອະ​ນາຄົດ​ໂດຍ​ການ​ເກັບ​ກ່ຽວ​ເອົາ​ປະສົບ​ການ​ເຮັດ​ວຽກ​ໃນພະ​ແນກ​ເປົ້າ​ໝາຍ​ຂອງ​ທ່ານ. ມີການ​ຝຶກ​ງານ​ທີ່​ໄດ້​ຮັບ​ຄ່າ​ຈ້າງ ແລະ ບໍ່​ໄດ້​ຮັບຄ່າ​ຈ້າງໃຫ້.
  • ການ​ສຶກສາ. ເຂົ້າ​ຮຽນໃນ​ຫ້ອງ​ຮຽນ​ການ​ສຶກ​ສາ​ທົ່ວ​ໄປ​ສຳ​ລັບ​ຜູ້​ໃຫຍ່ (ABE), ພາ​ສາ​ອັງ​ກິດ​ເປັນ​ພາ​ສາ​ທີ​ສອງ (ESL), ລະ​ດັບທຽບເທົ່າ​ທົ່ວ​ໄປ (GED) ແລະ ອື່ນໆ.
  • ການສໍາມະນາ. ເຂົ້າ​ຮ່ວມ​ໃນ​ການ​ສຳ​ມະ​ນາ​ກ່ຽວ​ກັບ​ປະ​ຫວັດ​ຫຍໍ້, ການ​ສຳ​ພາດ, ການ​ສ້າງ​ເຄືອ​ຂ່າຍ, ທັກ​ສະ​ທາງ​ອ້ອມ, ການ​ສະ​ໝັກ​ວຽກ​ຂອງ​ລັດ ແລະ ອື່ນໆ

ເພື່ອ​ເບິ່ງ​ການ​ສຳ​ມະ​ນາ​ໃກ້​ທ່ານ, ເຂົ້າ​ເບິ່ງ My WorkSource.